ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີVI ໜ່ວຍພັກຫ້ອງການກົມໃຫຍ່ເສນາທິການກອງທັບ
ໜ່ວຍພັກຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI

    ໃນວັນທີ 19 ມີນາ 2024 ນີ້, ໜ່ວຍພັກຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂຶ້ນ
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງການເມືອງ, ຫ້ອງການບໍລິຫານ, ພ້ອມດ້ວຍສະມາຊິກພັກ ທົ່ວຫ້ອງການກົມໃຫຍ່ເສນາທິ
ການ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສຸລິໄຊ ພິຈິດ ເລຂາໜ່ວຍພັກຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ
ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ຈຸດຄົງຄ້າງ ໃນໄລຍະຜ່ານມາ: ໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນໃຈກາງ
ໃນການເຕົ້າໂຮມຄວາມສາມັກຄີ, ໂດຍຖືເອົາການຈັດຕັ້ງດໍາເນີນຊີວິດພັກປະຈຳອາທິດ, ເດືອນ, ໄຕມາດເປັນໂອກາດສຶກສາອົບຮົມ, ພ້ອມ
ນັ້ນກໍຈັດຕັ້ງເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ເອກະສານຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ເຮັດໃຫ້ພາຍໃນໜ່ວຍ
ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ພະນັກງານ-ສະມາຊິກພັກ ມີຄວາມອຸ່ນອຽງທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄວາມເຊື່ອໝັ້ນຕໍ່
ແນວທາງນະໂຍບາຍຂອງພັກ, ມີຄວາມສາມັກຄີເປັນເອກະພາບ, ມີຄວາມຫ້າວຫັນບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງ
ໜ່ວຍພັກ ມີລະບຽບແບບແຜນດີຂຶ້ນກວ່າເກົ່າ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທັງ 4 ດ້ານຢ່າງແຂງແຮງຄື:
ດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາເຮັດວຽກ, ໃນແຕ່ລະປີໄດ້ມີການກວດກາ-ຕີລາຄາ, ຈັດແບ່ງປະເພດຄຸນນະ
ພາບຂອງພະນັກງານ-ສະມາຊິກພັກຂອງໜ່ວຍພັກເປັນປົກກະຕິ, ໄດ້ຖືເປັນສໍາຄັນໃນການຍົກສູງດ້ານຄຸນທາດການເມືອງຂອງສະມາຊິກພັກ
ຢ່າງລຽນຕິດທົ່ວເຖິງ ເຮັດໃຫ້ພາຍໃນມີຄວາມສະຫງົບ, ສະມະຊິກພັກ ທຸກສະຫາຍມີແນວຄິດຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ຈໍາແນກ
ໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ປະຕິບັດໜ້າທີ່ການເມືອງ​ໃຫ້ມີຜົນສໍາເລັດ. ຈາກຜົນສໍາເລັດໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນ
ຫຼາຍດ້ານໃນຊຸມປີຜ່ານມາ ຈິ່ງເຮັດໃຫ້ໜ່ວຍພັກຫ້ອງການກົມໃຫຍ່ເສນາທິການ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
4 ສະໄໝຕິດຕໍ່ກັນ.

     ຈາກນັ້ນ, ບັນດາສະມາຊິກພັກ ໄດ້ຜັນປ່ຽນກັນຂຶ້ນປະກອບຄໍາເຫັນໃສ່ບົດລາຍງານຢ່າງກົງໄປກົງມາ ເຮັດໃຫ້ບົດລາຍງານການເມືອງທັງ
ສອງພາກມີເນື້ຶອໃນຄົບຖ້ວນສົມບູນ ພ້ອມນັ້ນສະມາຊິກພັກກໍໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ໃນນີ້ໄດ້ເລືອກ
ເອົາ ສະຫາຍ ພັນເອກ ສຸລິໄຊ ເປັນເລຂາ, ສະຫາຍ ພັນໂທ ບຸນເກີດ ເຫຼົາທຸມມີໄຊ ເປັນຮອງເລຂາ, ສະຫາຍ ພັນໂທ ວິລະພົງ ໄຊຍະນິກອນ
ເປັນກຳມະການກວດກາ ໂອກາດນີ້, ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ
ຜົນງານຕະຫຼອດໄລຍະຜ່ານມາ, ພ້ອມນີ້ໄດ້ເນັ້ນໜັກໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກ ພັກ, ພະນັກງານ-ນັກ
ຮົບໃນທົ່ວໜ່ວຍພັກໃຫ້ແຂງແຮງ ເລິກເຊິ່ງກວ່າເກົ່າ, ເອົາໃຈໃສ່ຊີ້ນໍາ- ນໍາພາສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າທາງດ້ານແນວຄິດ ແລະ ການກະທຳ
ທີ່ບໍ່ຖືກຕ້ອງ, ສືບຕໍ່ເສີມຂະຫຍາຍຜົນສໍາເລັດ ໂດຍສະເພາະແມ່ນການປະຕິບັດ 3 ໜ້າທີ່ໃຈກາງຄື: ເປັນເສນາທິການທີ່ດີ, ເປັນຜູ້ບໍລິການຮັບໃຊ້
ທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ສືບຕໍ່ປັບປຸງຍົກສູງຄຸນນະພາບ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 21/03/2024